ຮັບເອົາຄວາມຊ່ວຍເຫຼືອກ່ຽວກັບພາສີໂດຍບໍ່ເສຍຄ່າ

ຄວາມຊ່ວຍເຫຼືອທີ່ປອດໄພ, ໝັ້ນຄົງ, ງ່າຍ ແລະ ບໍ່ເສຍຄ່າສຳລັບພາສີ

ເກັບຮັກສາເງິນທີ່ທ່ານຫາມາໄດ້ຍາກ ແລະ ຮັບເອົາຄວາມຊ່ວຍເຫຼືອໂດຍບໍ່ເສຍຄ່າໃນການຕື່ມຂໍ້ມູນໃສ່ແບບພາສີປີ 2020 ຂອງທ່ານ.

ຈາກວັນທີ 20 ມັງກອນ – ວັນທີ 18 ເມສາ 2021, ຜູ້ຊ່ຽວຊານດ້ານພາສີທີ່ຜ່ານການຝຶກອົບຮົມ ແລະ ໄດ້ຮັບການຢັ້ງຢືນຈາກ IRS (Internal Revenue Service, ການບໍລິການລາຍຮັບພາຍໃນປະເທດ) ຈະໃຫ້ບໍລິການຄວາມຊ່ວຍເຫຼືອທີ່ປອດໄພ, ໝັ້ນຄົງ ແລະ 100% ທາງອອນລາຍໃນການຕື່ມຂໍ້ມູນໃສ່ແບບພາສີຂອງທ່ານ. ຜູ້ຊ່ຽວຊານຂອງພວກເຮົາຮູ້ຈັກກົດໝາຍພາສີສະບັບໃໝ່ທັງໝົດ ແລະ ສິນເຊື່ອທີ່ມີຢູ່ ເຊິ່ງລວມເຖິງສິນເຊື່ອໃນຮ່າງກົດໝາຍຊ່ວຍເຫຼືອສະບັບໃໝ່ ເພື່ອວ່າພວກເຂົາຈະສາມາດເຮັດໃຫ້ກຳໄລຂອງທ່ານເຫຼືອຫຼາຍທີ່ສຸດ ແລະ ທ່ານຈະສາມາດເກັບຮັກສາເງິນທີ່ທ່ານຫາມາໄດ້ຍາກ. ພວກເຮົາຍັງສາມາດຊ່ວຍໃນການຮ້ອງຂໍເງິນກະຕຸ້ນເສດຖະກິດ.

ຄວາມຊ່ວຍເຫຼືອທີ່ບໍ່ເສຍຄ່າສຳລັບພາສີແມ່ນມີໃຫ້ແກ່ທຸກຄົນ ລວມເຖິງຜູ້ຖືຄອງ ITIN (Individual Taxpayer Identification Number, ໝາຍເລກປະຈຳຕົວຂອງຜູ້ເສຍພາສີລາຍບຸກຄົນ).

ເພື່ອໃຫ້ພວກເຮົາສາມາດຊ່ວຍເຫຼືອທ່ານກ່ຽວກັບພາສີຂອງທ່ານໄດ້ດີທີ່ສຸດ, ສິ່ງເຫຼົ່ານີ້ແມ່ນສອງສາມຢ່າງທີ່ທ່ານຈຳເປັນຕ້ອງມີ ພ້ອມກັບເອກະສານບາງສະບັບທີ່ເປັນທາງເລືອກເພີ່ມ ແຕ່ມີປະໂຫຍດ ສຳລັບການເກັບກຳ ແລະ ກຽມພ້ອມ:

ສິ່ງທີ່ທ່ານຈຳເປັນຕ້ອງມີ

  • ບັດປະຈຳຕົວທີ່ມີພາບຖ່າຍ
  • ຮູບຖ່າຍຂອງຕົວທ່ານເອງທີ່ຖືບັດປະຈຳຕົວທີ່ມີພາບຖ່າຍໃກ້ກັບໃບໜ້າຂອງທ່ານ
  • ບັດປະກັນສັງຄົມ ຫຼື ເອກະສານ ITIN
  • ເອກະສານລາຍຮັບໃດໜຶ່ງ (W-2, 1099-R, ອື່ນໆ)

ກຽມເອກະສານທາງເລືອກອື່ນໆ ໃຫ້ພ້ອມ

  • ແບບສະແດງລາຍການພາສີຂອງປີທີ່ຜ່ານມາ
  • ໃບລາຍງານສະພາບຕະຫຼາດຂອງປະກັນສຸຂະພາບ (1095-A)
  • ໃບລາຍງານການດູແລເບິ່ງແຍງເດັກນ້ອຍ
  • ໃບລາຍງານການຊະນະພະນັນ
  • ໃບລາຍງານຄ່າຮຽນ

ວິທີການງ່າຍໆ ໃນການຍື່ນພາສີໂດຍບໍ່ເສຍຄ່າ


ໃຫ້ຜູ້ໃດຜູ້ໜຶ່ງຊ່ວຍທ່ານ

GetYourRefund.org

ຮັບເອົາການບໍລິການຈັດກຽມພາສີໂດຍບໍ່ເສຍຄ່າທີ່ສະເໝືອນຈິງ ຜູ້ຊ່ຽວຊານດ້ານພາສີທີ່ໄດ້ຮັບການຢັ້ງຢືນຈາກ IRS ຈະເຮັດວຽກກັບທ່ານ ແລະ ຫຼັງຈາກນັ້ນກໍກະກຽມແບບສະແດງລາຍການພາສີຂອງທ່ານຈາກທາງໄກ ແລະ ຍື່ນມັນທາງອີເລັກໂທຣນິກສຳລັບທ່ານ. ທາງຜ່ານທີ່ປອດໄພ ແລະ ໝັ້ນຄົງຈະເຮັດໃຫ້ການອັບໂຫຼດເອກະສານທີ່ກ່ຽວຂ້ອງທ່ານງ່າຍ.

ຍື່ນດ້ວຍຕົວທ່ານເອງ

MyFreeTaxes.com

ດ້ວຍ MyFreeTaxes.com, ທ່ານສາມາດຍື່ນພາສີຂອງທ່ານດ້ວຍຕົວທ່ານເອງໂດຍບໍ່ເສຍຄ່າ. ການບໍລິການນີ້ຈະຮຽກຮ້ອງໃຫ້ທ່ານສ້າງບັນຊີ, ຕື່ມຂໍ້ມູນ ແລະ ຍື່ນພາສີຂອງທ່ານດ້ວຍຕົວທ່ານເອງ.

ໂທຂໍຄວາມຊ່ວຍເຫຼືອ

2-1-1

ທ່ານສາມາດໂທຫາ 2-1-1 ເພື່ອຮັບຂໍ້ມູນ ແລະ ຄວາມຊ່ວຍເຫຼືອໃນຫຼາຍພາສາ ລວມເຖິງຄວາມຊ່ວຍເຫຼືອກ່ຽວກັບວິທີການຍື່ນພາສີຂອງທ່ານໂດຍບໍ່ເສຍຄ່າ.


ຄຳຖາມທົ່ວໄປຂອງ MyFreeTaxes.com


ຜົນຕອບແທນແບບງ່າຍດາຍແມ່ນຫຍັງ?

ຜົນຕອບແທນຈາກພາສີແບບງ່າຍດາຍທີ່ຄອບຄຸມ MyFreeTaxes ຂອງຂ້ອຍລວມມີ: ລາຍຮັບ W-2 Income, ດອກເບ້ຍລາຍຮັບຈຳກັດ, ລາຍຮັບເງິນປັນຜົນ, ຄ່າໃຊ້ຈ່າຍການສຶກສາຂອງນັກຮຽນ, ລາຍຮັບຈາກການຫວ່າງງານ, ເງິນກູ້ເພື່ອການສຶກສາ, ດອກເບ້ຍເງິນກູ້ນັກຮຽນ, ການຂໍຮັບການຫັກເງິນມາດຕະຖານ, ໜີ້ພາສີລາຍຮັບຈາກການເຮັດວຽກ, ໜີ້ພາສີເດັກ ແລະ ຄ່າໃຊ້ຈ່າຍເບິ່ງແຍງດູແລຜູ້ຢູ່ເພິ່ງພາອາໄສ ແລະ ເດັກ. ສາມາດເບິ່ງລາຍການຂອງຟອມທັງໝົດໄດ້ທີ່ນີ້: MyFreeTaxes.com/Support

ຂໍ້ຈຳກັດຂອງບໍລິການນີ້ແມ່ນຫຍັງ?

ການຂໍເງິນຄືນຈຳນວນຫຼາຍແມ່ນໂດຍປົກກະຕິຢູ່ໃນຂອບເຂດ ແລະ ບໍ່ເສຍຄ່າທີ່ສູນພາສີຂອງພວກເຮົາ, ບໍ່ລວມເອົາຊອບແວບໍ່ເສຍຄ່າທັງໝົດຕົວຢ່າງເຊັ່ນ: ລາຍຮັບຈາກການເປັນນາຍຕົນເອງ (1099-MISC), ດອກເບ້ຍຈຳນຳ, ພາສີອະສັງຫາລິມມະຊັບ, ການຫັກເງິນອື່ນໆ, ການຈ່າຍເງິນຂອງບຸກຄົນທາງນອກ (1099-K), HSA ແລະ ອື່ນໆອີກຫຼາຍຢ່າງ.  ຖ້າຫາກທ່ານມີຟອມພາສີເຫຼົ່ານີ້, ທ່ານຈະຕ້ອງໄດ້ຈ່າຍເງິນການຍົກລະດັບເພື່ອຍື່ນເອກະສານກັບລະບົບນີ້. ແນວໃດກໍ່ຕາມ, ທ່ານຈະໄດ້ຮັບການຫຼຸດລາຄາ, ຖ້າຫາກໃຊ້ MyFreeTaxes.com. ສາມາດເບິ່ງລາຍການຂອງສິ່ງທີ່ມີຢູ່ຊອບແວບໍ່ເສຍຄ່າໄດ້ທີ່ MyFreeTaxes.com/Support

ແຫຼ່ງຊັບພະຍາກອນບໍ່ເສຍຄ່າອື່ນໆທີ່ມີໃຫ້ແກ່ຂ້ອຍມີຫຍັງແດ່?

ທ່ານສາມາດສຳຫຼວດເບິ່ງຕົວເລືອກຕ່າງໆດັ່ງຕໍ່ໄປນີ້:

  • ກະກຽມພາສີແບບອອນລາຍແບບບໍ່ເສຍຄ່າກັບຜູ້ຊ່ຽວຊານດ້ານພາສີຂອງພວກເຮົາ: ກະກຽມພາສີຂອງທ່ານທາງອອນລາຍໂດຍທີມຜູ້ຊ່ຽວຊານດ້ານການກະກຽມພາສີແບບບໍ່ເສຍຄ່າຂອງພວກເຮົາ. ເລື່ອນລົງມາທາງລຸ່ມຂອງໜ້ານີ້ເພື່ອເບິ່ງຂໍ້ມູນເພີ່ມເຕີມໃນຕົວເລືອກ org .
  • ການຍື່ນເອກະສານອອນລາຍ: ທ່ານສາມາດເບິ່ງເຄື່ອງມືການຍື່ນເອກະສານແບບບໍ່ເສຍຄ່າເພີ່ມເຕີມຜ່ານທາງໂປຣແກຣມ IRS Free File (ໂປຣແກຣມໄຟລ໌ບໍ່ເສຍຄ່າໄອອາເອັສ) ໄດ້. ເຂົ້າເບິ່ງ gov/FreeFile ສຳລັບຂໍ້ມູນເພີ່ມເຕີມ ແລະ ລາຍລະອຽດ.

ຂ້ອຍຕອ້ງຍື່ນເອກະສານຫຍັງແດ່ໃນ MyFreeTaxes.com?

ທ່ານຕ້ອງມີ:

  • ທີ່ຢູ່ອີເມວເພື່ອສ້າງບັນຊີ
  • AGI ທີ່ຖືກຕ້ອງຂອງທ່ານຈາກແຖວທີ 7 ໃນແບບຟອມ 1040 ຂອງຜົນຕອບແທນພາສີປີ 2019 ຂອງທ່ານ (ເພື່ອຢືນຢັນຕົວຕົນ)
  • SSN ສຳລັບທຸກຄົນໃນຜົນຕອບແທນ
  • ເອກະສານກ່ຽວກັບພາສີທັງໝົດ
  • ບັນຊີທະນາຄານ ແລະ ເລກເສັ້ນທາງ (ສຳລັບການຝາກເງິນ/ຖອນເງິນໂດຍກົງ)

ຂ້ອຍບໍ່ຮູ້ເລກ AGI 2019 ຂອງຂ້ອຍ. ຂ້ອຍຕ້ອງເຮັດແນວໃດ?

ທ່ານສາມາດເບິ່ງໄດ້ທີ່ແຖວທີ 7 ຂອງຜົນຕອບແທນປີ 2019, ຖ້າຫາກທ່ານຍັງມີສຳເນົາຜົນຕອບແທນຂອງທ່ານ. ຖ້າຫາກປີກກາຍນີ້ທ່ານຍື່ນເອກະສານພາສີຂອງທ່ານຢູ່ບ່ອນ​ກະ​ກຽມ​ບໍ່​ເສຍ​ພາ​ສີ​ຂອງ United Way of King County, ສົ່ງອີເມວຫາ freetax@uwkc.org ແລະ ໃສ່ເບີໂທລະສັບຂອງທ່ານເພື່ອທີ່ພວກເຮົາສາມາດໃຫ້ສຳເນົາການຂໍຄືນຂອງປີກາຍໃຫ້ແກ່ທ່ານໄດ້. ຖ້າຫາກປີກາຍນີ້ທ່ານບໍ່ໄດ້ຍື່ນເອກະສານກັບພວກເຮົາ, IRS.gov/get-transcript ສາມາດຊ່ວຍທານຂໍສຳເນົາເອກະສານການຂໍຄືນຂອງປີກາຍໄດ້.

ມີໃຜສາມາດຊ່ວຍຂ້ອຍຕື່ມເອກະສານຜົນຕອບແທນຂອງຂ້ອຍໄປຕາມແຕ່ລະຂັ້ນຕອນທາງໂທລະສັບບໍ?

ຖ້າຫາກທ່ານຕ້ອງການຄວາມຊ່ວຍເຫຼືອ ຫຼື ການສະໜັບສະໜູນ, ທ່ານສາມາດໃຫ້ທີມຊ່ຽວຊານດ້ານການກະກຽມພາສີແບບບໍ່ເສຍຄ່າໃນທ້ອງຖິ່ນຂອງພວກເຮົາຕື່ມເອກກະສານພາສີທາງອອນລາຍຜ່ານລະບົບການນັດໝາຍຂອງພວກເຮົາ, ເລື່ອນລົງໄປທາງລຸ່ມຂອງໜ້ານີ້ເພື່ອເບິ່ງຂໍ້ມູນເພີ່ມເຕີມກ່ຽວກັບຕົວເລືອກ GetYourRefund.org .

ໃຫ້ໃຜບາງຄົນໃນ United Way of King County ປ້ອນຂໍ້ມູນໃນ MyFreeTaxes.com ໃຫ້ແກ່ຂ້ອຍໃນນາມຂອງຂ້ອຍໄດ້ຫຼືບໍ?

ໜ້າເສຍດາຍ, United Way of King County ບໍ່ສາມາດປ້ອນຂໍ້ມູນ ແລະ ເອກະສານພາສີຂອງທ່ານໃສ່ໃນ MyFreeTaxes.com ໃນນາມຂອງທ່ານໄດ້. ຖ້າຫາກທ່ານສົນໃຈໃຫ້ທີມຜູ້ຊ່ຽວຊານກະກຽມພາສີແບບບໍ່ເສຍຄ່າໃນທ້ອງຖິ່ນດຳເນີນການເລື່ອງພາສີຂອງທ່ານໂດຍຜ່ານລະບົບການນັດໝາຍຂອງພວກເຮົາ, ເລື່ອນລົງມາທາງລຸ່ມຂອງໜ້ານີ້ເພື່ອເບິ່ງຂໍ້ມູນເພີ່ມເຕີມໃນຕົວເລືອກ GetYourRefund.org.

ຂ້ອຍມີສິດສຳລັບ IRS.gov/FreeFile ບໍ?

ໃຜກໍ່ຕາມທີ່ມີລາຍຮັບຕ່ຳກວ່າ $72,000 ສາມາດຍື່ນໄດ້ບໍ່ເສຍຄ່າໂດຍນຳໃຊ້ໂປຣແກຣມ IRS Free File.


ຄຳຖາມທີ່ມັກຖາມກ່ຽວກັບ GetYourRefund.org


GetYourRefund.org ໃຊ້ງານແນວໃດ?

GetYourRefund.org ເຮັດໃຫ້ການຕື່ມເອກະສານພາສີທາງອອນລາຍຂອງທ່ານງ່າຍໄດ້ໂດຍຜ່ານຂັ້ນຕອນງ່າຍໆດັ່ງນີ້:

  1. ສຳລັບການກະກຽມພາສີທາງອອນລາຍແບບບໍ່ເສຍຄ່າ, ຄລິກທີ່ “ຍື່ນເອກະສານກັບ GetYourRefund (ຮັບ​ການ​ສົ່ງ​ເງິນ​ຄືນ​ຂອງ​ທ່ານ)”.
  2. ສ້າງໂປຣຟາຍ GetYourRefund ຂອງທ່ານ, ຕອບຄຳຖາມ ແລະ ອັບໂຫຼດຮູບເອກະສານພາສີຂອງທ່ານ.
  3. ເຮັດການນັດໝາຍ.
  4. ໃນໄລຍະການນັດໝາຍຂອງທ່ານ:
  • ທ່ານຈະໄດ້ຮັບໂທລະສັບຈາກຜູ້ຊ່ຽວຊານດ້ານພາສີຂອງພວກເຮົາ.
  • ຜູ້ຊ່ຽວຊານຂອງພວກເຮົາຈະຕື່ມເອກະສານການຂໍຄືນເງິນຜົນຕອບແທນຂອງທ່ານ.
  • ທ່ານຈະໄດ້ຮັບໂທລະສັບຄັ້ງທີສອງຈາກຜູ້ຊ່ຽວຊານດ້ານພາສີຂອງພວກເຮົາເພື່ອກວດສອບ ແລະ ຕື່ມເອກະສານຂໍຄືນເງິນຜົນຕອບແທນຂອງທ່ານ.
  1. ເຊັນເອກະສານຂໍເງິນຜົນຕອບແທນຄືນທີ່ຕື່ມແລ້ວທາງອີເມວ.

ຂໍ້ຈຳກັດຂອງບໍລິການນີ້ແມ່ນຫຍັງ?

United Way ແມ່ນຜູ້ໃຫ້ໂອກາດຢ່າງເທົ່າທຽມ ແລະ ໃຜກໍຕາມທີ່ຢູ່ໃນວໍຊິງຕັນແມ່ນສາມາດເຂົ້າເຖິງບໍລິການກະກຽມບໍ່ເສຍພ​ພາ​ສີຂອງ United Way ໄດ້. ແນວໃດກໍ່ຕາມ, ເອກະສານການຂໍຄືນເງິນຜົນຕອບແທນບາງຢ່າງແມ່ນຊັບຊ້ອນເກີນໄປສຳລັບອາສາສະໝັກຂອງພວກເຮົາ. ຕົວຢ່າງເຊັ່ນ: ພວກເຮົາບໍ່ສາມາດກະກຽມເອກະສານຂໍເງິນຄືນຜົນຕອບແທນສຳລັບລາຍຮັບທີ່ຢູ່ໃນລັດອື່ນ.

 

ພວກເຮົາໄດ້ຫຸ້ນສ່ວນກັບ Express Credit Union ເພື່ອດຳເນີນການຂໍເງິນຜົນຕອບແທນຄືນດ້ວຍ Individual Taxpayer Identification Number (ໝາຍ​ເລກ​ລະ​ບຸ​ຕົວ​ຜູ້​ເສຍ​ພາ​ສີ​ບຸກ​ຄົນ, ITIN) ແລະ ຈະສະເໜີໃຫ້ການສະໝັກ​ຂໍ Individual Taxpayer Identification Number (ໝາຍ​ເລກ​ລະ​ບຸ​ຕົວ​ຜູ້​ເສຍ​ພາ​ສີ​ບຸກ​ຄົນ, ITIN) ແບບບໍ່ເສຍຄ່າ ແລະ ການຂໍເຮັດຄືນໃໝ່ຜ່ານ Express Credit Union.

 

ນີ້ແມ່ນບໍລິການທີ່ພວກເຮົາບໍ່ມີໃຫ້:

  • ການຂໍເງິນຄືນຈາກລັດ (ລັດວໍຊິງຕັນບໍ່ມີພາສີລາຍຮັບຈາກລັດ, ສະນັ້ນບໍ່ຈຳເປັນຕ້ອງມີການຂໍເງິນຜົນຕອບແທນຄືນ. ຖ້າຫາກທ່ານໄດ້ເຮັດວຽກຢູ່ໃນລັດທີ່ຕ້ອງການການຂໍເງິນຜົນຕອບແທນຄືນຈາກລັດ, ທ່ານສາມາດໃຊ້ com ເພື່ອຍື່ນເອກະສານແບບບໍ່ເສຍຄ່າ).
  • ຖ້າຫາກທ່ານມີ 1099-B (ລາຍໄດ້ຈາກນາຍໜ້າ, ຖ້າຫາກທ່ານຊື້/ຂາຍຫຸ້ນ).
  • ຖ້າຫາກທ່ານຂາຍເຮືອນຂອງທ່ານ ຫຼື ຖ້າຫາກມັນຖືກຍຶດ.
  • ຖ້າຫາກທ່ານໄດ້ຮັບລາຍໄດ້ຈາກຄ່າເຊົ່າ.
  • ຖ້າຫາກທ່ານເປັນນາຍຕົນເອງ ແລະ ຄ່າໃຊ້ຈ່າຍຫຼາຍກວ່າ $25,000, ຫຼຸດທຶນ ຫຼື ຕ້ອງການຫັກເງິນການໃຊ້ເຮືອນຂອງທ່ານເປັນການໃຊ້ຈ່າຍທາງທຸລະກິດ.
  • ຖ້າຫາກທ່ານເປັນຫຸ້ນສ່ວນພາຍໃນປະເທດທີ່ໄດ້ລົງທະບຽນ.

ທ່ານຕອ້ງຍື່ນເອກະສານຫຍັງແດ່ໃນ GetYourRefund.org?

GetYourRefund.org ແມ່ນມີໃຫ້ສຳລັບມືຖື, ແທັບເລັດ ແລະ ຄອມພິວເຕີ. ພວກເຮົາພົບວ່າຄົນສ່ວນໃຫຍ່ສາມາດຕອບຄຳຖາມ ແລະ ຜ່ານມັນໄປໄດ້ຢ່າງງ່າຍດາຍ. ທ່ານຕ້ອງມີ:

  • ທີ່ຢູ່ອີເມວເພື່ອສ້າງບັນຊີ
  • ຮູບບັດປະຈຳຕົວ (ແລະ ໃຜກໍ່ຕາມໃນການຂໍເງິນຜົນຕອບແທນຄືນ)
  • ຮູບຖ່າຍຕົນເອງທີ່ຖືບັດປະຈຳຕົວຂອງທ່ານ
  • ບັດປະກັນສັງຄົມ ຫຼື ບັດ ITIN (ແລະ ໃຜກໍ່ຕາມໃນການຂໍເງິນຜົນຕອບແທນຄືນ)
  • ເອກະສານກ່ຽວກັບພາສີທັງໝົດ
  • ບັນຊີທະນາຄານ ແລະ ເລກເສັ້ນທາງ (ຕົວເລືອກ, ສຳລັບການຝາກເງິນ/ຖອນເງິນໂດຍກົງ)

 

ກະລຸນາຈື່ໄວ້ວ່າ: IRS, GetYourRefund.org, United Way of King County ແລະ ຫຸ້ນສ່ວນແຫ່ງຊາດໄດ້ເຮັດວຽກຮ່ວມກັນເພື່ອອັບເດດທີ່ສຳຄັນກ່ຽວກັບຫຼັກການປະຕິບັດຄວາມປອດໄພ ແລະ ຂໍ້ກຳນົດສຳລັບການກະກຽມພາສີທາງອອນລາຍ.

ຖ້າຫາກຂ້ອຍຕ້ອງການຄວາມຊ່ວຍເຫຼືອກ່ຽວກັບ GetYourRefund.org, ຂ້ອຍຈະຂໍຄວາມຊ່ວຍເຫຼືອແນວໃດ?

ມີຮຸບແບບການສົ່ງຂໍ້ຄວາມໃນໜ້ານີ້ທີ່ພະນັກງານຊ່ວຍເຫຼືອລູກຄ້າຂອງ United Way of King County ພ້ອມໃຫ້ບໍລິກການເພື່ອຕອບຄຳຖາມ.

 

ກົດທີ່ສັນຍະລັກການແຊັດສົ່ງຂໍ້ຄວາມໃນນເວັບເພຈນີ້ ແລະ ຈະມີຄົນທີ່ສາມາດຊ່ວຍທ່ານໄດ້.

 

ນອກເໜືອຈາກນັ້ນ, ຍັງມີພະນັກງານຊ່ວຍເຫຼືອລູກຄ້າໃນຮູບແບບເວັບໄຊຂອງ GetYourRefund.org. ທ່ານຍັງສາມາດສົ່ງອີເມວຫາ Hello@GetYourRefund.org ສຳລັບຄວາມຊ່ວຍເຫຼືອເພີ່ມເຕີມ.

ເລື່ອງການຈ່າຍເງິນຜົນກະທົບທາງເສດຖະກິດເປັນແນວໃດ?

ພາຍໃຕ້ Coronavirus Aid, Relief, and Economic Security Act (ກົດໝາຍການຊ່ວຍເຫຼືອຈາກໂຄໂລນນ່າໄວຣັສ, ການບັນເທົາທຸກ ແລະ ຄວາມໝັ້ນຄົງທາງເສດຖະກິດ, CARES), ຜູ້ຈ່າຍພາສີທີ່ມີສິດທີ່ໄດ້ຍື່ນຂໍເງິນຄືນຈາກພາສີສຳລັບປີ 2019 ຫຼື 2018 ຈະໄດ້ຮັບເງິນຜົນກະທົບທາງເສດຖະກິດໂດຍອັດຕະໂນມັດສູງສຸດຮອດ $1,200 ສຳລັບບຸກຄົນ ຫຼື $2,400 ສຳລັບຄູ່ແຕ່ງງານ ແລະ ສູງສຸດຮອດ $500 ສຳລັບເດັກນ້ອຍແຕ່ລະຄົນທີ່ມີສິດ. ສຳລັບຜູ້ຈ່າຍພາສີບາງຄົນທີ່ປົກກະຕິບໍ່ໄດ້ຍື່ນການຂໍເງິນຄືນຈະຕ້ອງໄດ້ຍື່ນເອກະສານຂໍເງິນຄືນຈາກພາສີແບບງງ່າຍດາຍເພື່ອໃຫ້ໄດ້ຮັບເງິນຜົນກະທົບທາງເສດຖະກິດ.

 

ເງິນຜົນກະທົບທາງເສດຖະກິດເພີ່ມເຕີມໄດ້ແຈກຢາຍໃນຕົ້ນປີ 2021 ເປັນຈຳນວນ $600 ສຳລັບບຸກຄົນ ຫຼື $1,200 ສຳລັບຄູ່ແຕ່ງງານ ແລະ ສູງສຸດຮອດ $600 ສຳລັບເດັກນ້ອຍແຕ່ລະຄົນທີ່ມີສິດ. ຄົວເຮືອນທີ່ມີສະຖານະປະສົມປັດຈຸບັນແມ່ນມີສິດສຳລັບເງິນຜົນກະທົບທາງເສດຖະກິດທັງສອງຢ່າງ.

 

ເຂົ້າເບິ່ງ IRS.gov/EIP ກ່ຽວກັບອັບເດດລ່າສຸດ.

 

ທ່ານຕ້ອງໄດ້ອັບເດດຂໍ້ມູນທະນາຄານຂອງທ່ານ ຫຼື ກວດສະຖານະເງິນຜົນກະທົບທາງເສດຖະກິດຂອງທ່ານຫຼືບໍ່? ໄປທີ່ IRS.gov/coronavirus/get-my-payment


ຂອບໃຈຜູ້ສະໜັບສະໜູນຂອງພວກເຮົາ: