English, Español, እንግሊዘኛ, 中文, 영어, ວັນນະໂຣກ, Русский, Somali, Tiếng Việt
ການໄດ້ຮັບອາຫານຫຼັກຂັ້ນພື້ນຖານ (Supplemental Nutrition Assistance Program, SNAP) ບໍ່ຖືວ່າເປັນສ່ວນໜຶ່ງຂອງ ກົດໃນການຮັບຄວາມຊ່ວຍເຫຼືອຈາກລັດຖະບານ ແລະ ບໍ່ໄດ້ມີຜົນກະທົບຕໍ່ສະຖານະການເຂົ້າເມືອງຂອງທ່ານ. ພາຍໃນຄົວເຮືອນທີ່ມີສະຖານະການເຂົ້າເມືອງແຕກຕ່າງກັນ ສາມາດສະໝັກແທນລູກທີ່ມີສິດໄດ້ຮັບໄດ້ ສະເໝີ. ໂທໄປທີ່ 1-888-4FoodWA ເພື່ອສະໝັກ.
ໄດ້ອາຫານເພີ່ມ. ກັງວົນໜ້ອຍລົງ. Basic Food ແມ່ນເງິນພິເສດສຳລັບອາຫານການກິນເພື່ອຊ່ວຍໃຫ້ໄດ້ກິນອາຫານທີ່ດີຕໍ່ສຸຂະພາບ.
ຖ້າຫາກທ່ານ ຫຼື ຄອບຄົວຂອງທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊື້ອາຫານ, Basic Food ແມ່ນເໝາະສົມສຳລັບທ່ານ. Basic Food ແມ່ນຫຍັງ? ຫຼື ເອີ້ນວ່າ SNAP (Supplemental Nutrition Assistance Program – ໂຄງການຊ່ວຍເຫຼືອອາຫານເສີມ), Basic Food ຊ່ວຍຄົນວໍຊິງຕັນໂດຍການໃຫ້ເງິນຊ່ວຍເຫຼືອລາຍເດືອນໃນການຊື້ອາຫານ. ຄອບຄົວທີ່ມີສີ່ຄົນສາມາດໄດ້ຮັບເງິນຫຼາຍກວ່າ $600/ເດືອນ.
ນີ້ແມ່ນວິທີການເຮັດວຽກຂອງ Basic Food:
- ໃນແຕ່ລະເດືອນ, ເງິນ Basic Food ຈະຖືກໂອນເຂົ້າໄປໃນບັດ EBT.
- ບັດ Basic Food EBT ຂອງທ່ານແມ່ນຮ້ານຂາຍເຄື່ອງ, ອອນລາຍ ແລະ ຕະຫຼາດຊາວກະສິກອນຫຼາຍແຫ່ງຍອມຮັບ.
- ນອກຈາກນັ້ນ Basic Food ຍັງຊ່ວຍໃຫ້ທ່ານມີສິດສຳລັບ ເງິນຊ່ວຍເຫຼືອເພີ່ມເຕີມ:
- ເດັກໃນຄອບຄົວທີ່ມີ Basic Food ແມ່ນຈະໄດ້ຮັບອາຫານຢູ່ໂຮງຮຽນແບບບໍ່ເສຍຄ່າໂດຍອັດຕະໂນມັດ, ບໍ່ຈຳເປັນຕ້ອງມີການສະໝັກໃດໆ!
- ເດັກອ່ອນ ແລະ ເດັກນ້ອຍໃນຄົວເຮືອນທີ່ມີ Basic Food ຍັງອາດຈະມີສິດໄດ້ຮັບໂຄງການ Women Infants and Children (ຜູ້ຍິງມີເດັກອ່ອນ ແລະ ເດັກນ້ອຍ, WIC)
- ນັກຮຽນວິທະຍາໄລເຕັກນິກ ແລະ ຊຸມຊົນທີ່ມີ Basic Food ຍັງອາດຈະມີສິດສຳລັບໂຄງການ Basic Food and Employment Training (BFET) (ເບສິກຟູດ ແລະ ການເຝິກອົບຮົມພະນັກງານ, BFET), ເຊິ່ງເປັນໂຄງການເຝິກອົບຮົມວຽກ ແລະ ການສຶກສາທີ່ສາມາດຊ່ວຍເລື່ອງເງິນອຸດໜູນການເບິ່ງແຍງດູແລເດັກ, ປຶ້ມ, ຄວາມຊ່ວຍເຫຼືອຄ່າຮຽນ ແລະ ທຶນການສຶກສາເພີ່ມເຕີມ.
ແມ່ນໃຜມີສິດໄດ້ຮັບ Basic Food?
ຄອບຄົວ ແລະ ຄົນທີ່…
- ເຮັດວຽກ ຫຼື ຫວ່າງງານ
- ໄປໂຮງຮຽນ ຫຼື ມີລູກທີ່ຢູ່ໃນໄວຮຽນ
- ເປັນພົນລະເມືອງ ຫຼື ມີຄອບຄົວທີ່ມີສະຖານະການເຂົ້າເມືອງປະສົມ
…ທັງໝົດສາມາດມີສິດໄດ້ຮັບເງິນຊ່ວຍເຫຼືອ Basic Food.
ຖ້າຫາກທ່ານ ຫຼື ຄອບຄົວຂອງທ່ານຕ້ອງການຄວາມຊ່ວຍເຫຼືອໃນການຊື້ອາຫານ, Basic Food ແມ່ນເໝາະສົມສຳລັບທ່ານ.
ຂະໜາດຂອງຄອບຄົວ, ລາຍຮັບລວມ (ລາຍຮັບກ່ອນເສຍພາສີ), ພ້ອມທັງຄ່າໃຊ້ຈ່າຍເຊັ່ນ: ທີ່ຢູ່ອາໄສ, ສາທາລະນຸປະໂພກ, ຄ່າໃຊ້ຈ່າຍທາງການແພດທີ່ກຳນົດໂດຍເງື່ອນໄຂການມີສິດໄດ້ຮັບ Basic Food. ເບິ່ງຄູ່ມືແນະນຳເລື່ອງລາຍຮັບລວມສຳລັບຂໍ້ມູນເພີ່ມເຕີມ.
ຊັບພະຍາກອນເຊັ່ນ: ເຮືອນ, ລົດ ຫຼື ເງິນໃນທະນາຄານແມ່ນບໍ່ນັບລວມກັບເງື່ອນໄຂ.
ໃນຊ່ວງການແພ່ລະບາດຂອງພະຍາດໂຄວິດ-19, ຜູ້ເຂົ້າຮ່ວມຂອງ Basic Food ທຸກຄົນແມ່ນມີສິດສຳລັບເງິນຊ່ວຍເຫຼຶອສູງສຸດ. ນັ້ນໝາຍຄວາມວ່າທຸກໆຄົນຜູ້ທີ່ມີສິດສຳລັບ Basic Food ຈະໄດ້ຮັບເງິນຢ່າງໜ້ອຍຈຳນວນ $204 ຕໍ່ເດືອນ. ສະໝັກມື້ນີ້!
ຄູ່ມືແນະນຳກ່ຽວກັບລາຍຮັບລວມ
(4/1/2021 – 3/31/2022)
Family Size | ລາຍຮັບລວມຕໍ່ເດືອນ |
1 ຄົນ | $2,147 |
2 | $2,903 |
3 | $3,660 |
4 | $4,417 |
5 | $5,173 |
6 | $5,930 |
10+ | $756 ຕໍ່ຄົນ |
ສິ່ງທີທ່ານຕ້ອງສະໝັກ
ກ່ອນການສະໝັກຂໍ Basic Food, ນີ້ແມ່ນສິ່ງທີ່ທ່ານຈຳເປັນຕ້ອງມີ:
- ຂໍ້ມູນລາຍຮັບຂອງທ່ານໃນ 30 ວັນທີ່ຜ່ານມາ.
- ຊື່, ອາຍຸ ແລະ ຂໍ້ມູນລາຍຮັບສຳລັບຜູ້ໃຫຍ່ທຸກຄົນທີ່ຢູ່ໃນເຮືອນຂອງທ່ານທີ່ທ່ານຊື້, ກະກຽມ ຫຼື ແບ່ງປັນອາຫານນຳ.
- ລາຍຈ່າຍໃນຄົວເຮືອນຂອງທ່ານ (ຄ່າໃຊ້ຈ່າຍການເຮັດຄວາມຮ້ອນ ແລະ ຄວາມເຢັນ, ການສະໜັບສະໜູນເດັກ, ຄ່າເຊົ່າ ຫຼື ຄ່າຜ່ອນບ້ານ)
ສະໝັກຂໍ Basic Food
ນີ້ແມ່ນວີທີສາມວິທີງ່າຍໆໃນການສະໝັກຂໍ Basic Food, ໂດຍຂຶ້ນກັບຄວາມຕ້ອງການ ແລະ ສະຖານະການຂອງທ່ານ:
Households with Children (ຄົວເຮືອນທີ່ມີເດັກນ້ອຍ)
Family Food Hotline (ສາຍດ່ວນອາຫານເພື່ອຄອບຄົວ)
ຖ້າຫາກທ່ານອາໄສຢູ່ໃນເຮືອນທີ່ມີເດັກນ້ອຍ (ລວມທັງຄົວເຮືອນທີ່ມີສະຖານະການເຂົ້າເມືອງປະສົມ) ແລະ ຕ້ອງການສະໝັກ, ໂທຫາສາຍດ່ວນອາຫານເພື່ອຄອບຄົວ. ມີບໍລິການດ້ານພາສາໃຫ້.
ນັກຮຽນວິທະຍາໄລວິຊາຊີບ ແລະ ຊຸມຊົນ
Benefits Hub (ສູນເງິນຊ່ວຍເຫຼືອ)
ຖ້າຫາກທ່ານເປັນນັກຮຽນວິທະຍາໄລວິຊາຊີບ ຫຼື ຊຸມຊົນໃນ King County, ເຂົ້າເບິ່ງເວັບໄຊສູນເງິນຊ່ວຍເຫຼືອເພື່ອຈັດການນັດພົບທາງອອນລາຍ. ພວກເຂົາສາມາດຊ່ວຍທ່ານສະໝັກຂໍ Basic Food ໄດ້.
ຖ້າຫາກທ່ານຕ້ອງການສະໝັກດ້ວຍຕົນເອງ
WashingtonConnection.org
ຖ້າຫາກທ່ານບໍ່ຕ້ອງການຄວາມຊ່ວຍເຫຼືອ ແລະ ຕ້ອງການສະໝັກຂໍ Basic Food ດ້ວຍຕົນເອງ, ທ່ານສາມາດເຮັດໄດ້ໂດຍການຕື່ມໃບສະໝັກຜ່ານເວັບໄຊ Washington Connection.
ຫຼັງຈາກການສະໝັກ
ຫຼັງຈາກທີ່ທ່ານສະໝັກຂໍ Basic Food, ທ່ານຈະຕ້ອງໂທຫາ Washington Department of Social and Health Services (ພະແນກບໍລິການດ້ານສຸຂະພາບ ແລະ ສັງຄົມຂອງວໍຊິງຕັນ, DSHS) ເພື່ອເຮັດການສຳພາດກ່ຽວກັບ Basic Food. ທ່ານສາມາດໂທຫາ DSHS ທີ່ເບີ 877-501-2233 ແຕ່ວັນຈັນ-ວັນສຸກ, 8:00 ໂມງເຊົ້າ ຮອດ 3:00 ໂມງແລງ, ຍົກເວັ້ນວັນພັກຂອງລັດ.
ທ່ານຕ້ອງເຮັດສິ່ງນີ້ພາຍໃນ 30 ວັນຂອງການສະໝັກຂອງທ່ານ. DSHS ຈະບໍ່ໂທຫາທ່ານ.
ພວກເຮົາແນະນຳໃຫ້ທ່ານໂທໄປຕອນເຊົ້າ.
ຄຳຖາມທີ່ຖາມເລື້ອຍໆ
ຂ້ອຍຈະສາມາດປະເມີນຄ່າໄດ້ບໍວ່າເງິນຊ່ວຍເຫຼືອ Basic Food ຂອງຂ້ອຍແມ່ນເທົ່າໃດ?
ແມ່ນແລ້ວ, ທ່ານສາມາດປະເມີນຄ່າເງິນຊ່ວຍເຫຼືອຂອງທ່ານ (ບໍ່ແມ່ນສູງສຸດ) ທີ່ເວັບໄຊຕົວປະເມີນເງິນຊ່ວຍເຫຼືອ DSHS, ບ່ອນນີ້: https://www.dshs.wa.gov/sites/default/files/ESA/csd/documents/bfcalculator/bf_benefit_estimator.htm